Posts

Showing posts from November, 2012

ເຂື່ອນໄຊຍະຈະນຳແຕ່ຜົນດີໃຫ້ລາວບໍ??

ເຂື່ອນໄຊະຍະບູລີຈະນຳກຳໄລມະຫາສານມາສູ່ລາວບໍ? ສຳລັບເຂື່ອນໄຊຍະບູລີ ຂ້າພະເຈົ້າກໍບໍມີຄວາມເຫັນຫລາຍ ເພາະວ່າບໍແມ່ນວີຊາການ ແຕ່ເວົ້າເລືອ້ງສ້າງເຂື່ອນ ,ສ້າງຢູ່ນ້ຳຂອງຫລືຢູ່ວ່າຢູ່ສາຂາຂອງແມ່ນ້ຳລ້ວນແລ້ວແຕ່ມີຜົນກະທົບຕໍ່ສະພາບແວດລອ້ມ,ຜົນສະທ້ອນຕໍ່ປະຊາຊົນບໍຫລາຍກໍ່ໜອ້ຍ. ລາວໄດ້ອານຸມັດໃຫ້ຕ່າງປະເທດສ້າງເຂື່ອນຫລາຍແຫ່ງແລ້ວ,ນັບແຕ່ເໜືອຮອດໃຕ້ ,ນະໂຍບາຍຂອງລາວເພືອ່ລຸດພົ້ນອອກຈາກປະເທດດອ້ຍພັດທະນາແລະນຳໃຊ້ສັບພະຍາກອນທຳມະຊາດເຂົ້າໃນການພັດທະນາປະເທດຊາດກໍເປັນເປົ້າໝາຍນື່ງຂອງລັດ ເພາະລາວບໍແມ່ນປະເທດອຸດສາຫະກຳແລະກໍບໍແມ່ນປະເທດກະສິກຳສົ່ງອອກ.ລາວອຸດມົສົມບູນໄປດວ້ຍສັບພະຍາກອນທຳມະຊາດ,ພູຜາປ່າດົງ,ແມ່ນນ້ຳລຳເຊ,ເໜາະສົມໃນການໝູນໃຊ້ເຂົ້າໃນການສ້າງເຂື່ອນ, ອານຸມັດໃຫ້ຕ່າງຊາດຜະລິດຊີເມັນຈາກຫີນປູນ,ເຖິງວ່າລາວຈະມີກົດໝາຍຫ້າມຕັດໄມ້ແຕ່ ສີນຄ້າປະເພດໄມ້ທອ່ນ,ໄມ້ສຳເລັດຮູບຍັງສົ່ງອອກເປັນປະຈຳໃນຊາຍແດນ. ການອານຸມັດໃຫ້ຕ່າງຊາດເຂົ້າມາສຳຫລວດແລະຂຸດຄົ້ນແຮ່ທາດກໍແມ່ນເປົ້າໝາຍຂອງການສ້າງລາຍຮັບໃຫ້ລາວ.  ກັບມາເວົ້າເລືອ້ງເຂື່ອນ, ປະເທດເຮົາເຕັມແຕ່ເຂື່ອນແຕ່ເໜືອຮອດໃຕ້,ເມື່ອຝົນຕົກໝັກຖ້າຈະຫລີກຫລຽງ້ຈາກໄຟນ້ຳຖວ້ມກໍຄົງບໍແມ່ນເລື່ອງງ່າຍ, ເຂື່ອນນ້ຳຂອງແຮງເປັນຕາຢ້ານ ເພາະມັນສົ່ງຜົນກະທົບໃຫ້ປະຊາຊົນຫລາຍຊ...

ລົດໄຟຄວາມໄວສູງມີຜົນດີຕໍ່ຄົນລາວແລະໃນພາກພຶ້ນ

ເລື້ອງການສ້າງທາງລົດໄຟຄວາມໄວສູງຢູ່ລາວ ການສ້າງລົດໄຟຄວາມໄວສູງຜ່ານລາວເຊື່ອມປະເທດຕ່າງໆໃນພາກພື້ນແມ່ນມີຄວາມສຳຄັນຫລາຍສຳລັບລາວ ເພາະລາວເປັນປະເທດທີ່ຫາກໍສ້າງທາງລົດໄຟໃລ່ຍທາງສັ້ນເຊື່ອມຕໍ່ກັບຈັງຫວັດໜອງຄາຍ ເຊິ່ງຫາກໍ່ເລີ້ມນຳໃຊ້ໃນເດືອນມີນາ 2009 ການສ້າງທາງລົດໄຟທີ່ມີຄວາມໄວລະດັບສູງນັ້ນ ເຖິງວ່າຈະໄດ້ຮັບການເຫັນດີຈາກສະພາແຫ່ງຊາດລາວ ,ແຕ່ບັນຫາທີ່ສຳຄັນໃນຄະນະນີ້ແມ່ນຊີເອົາເງີນມາແຕ່ໃສມາສ້າງ ເພາະການລົງທືນບໍ່ແມ່ນໜອ້ຍແລະມີຄວາມຫຍຸ້ງຍາກ. ຈາກການລາຍງາຍຂອງວິທະຍຸສຽງອາເມລິກາກ່າວວ່າ ການລົງທືນໃຊ້ທືນປະມານ 7000 ລ້ານໂດລາສະຫະລັດ ເຊີ່ງເປັນຈຳນວນເງີນທີ່ມະຫາສານ. ໃນເມືອ່ທາງທະນາຄານກາງຂອງຈີນເຫັນດີໃຫ້ຢືມເງີນທືນທັງໝົດຮອ້ຍເປີເຊັນ ,ແຕ່ຂ້າພະເຈົ້າເຫັນວ່າກໍນ່າວິຕົກແລະກັງວົນຢ້ານວ່າຄັນພວກເຮົາບໍມີເງີນສົດໃຊ້ເຂົາທັນຕາມສັນຍາ ພວກຈີນ ຈະພາຄົນຂອງເຂົາເຂົ້າມາຢູ່ດີນລາວແລະຍາດວຽກເຮັດ,ຍາດທຸລະກີດຂອງຄົນລາວໄປໝົດ. ເພາະປະຈຸບັນລາວໄດ້ໃຫ້ຄົນຈີນເຂົ້າມາຫລາຍໃນການຄ້າຂາຍ ໂດຍສະເພາະການຄ້າຂາຍທີ່ບໍເປັນລະບຽບ,ສີນຄ້າທີ່ມີຄຸນນະພາບຕ່ຳແລະອື່ນໆ. ເຫັນດີນຳແຜ່ນການພັດທະນາຂອງຊາດເພື່ອຫລຸດຜອ່ນຄວາມທຸກຍາກຂອງປະຊາຊົນ.ແຕ່ໃນເມືອ່ພວກເຮົາບໍມີທືນພຽງພໍ,ໂຄງການນີ້ ທາງທີ່ດີກໍຄວນລໍຟັງແລະພິຈາລະນາຢ່າງສ...

ຜົນກະທົບທີ່ລາວອາດພົບຫລັງຈາກເຂົ້າ ເປັນສຳມມະຊີກການຄ້າໂລກ ຫລື WTO.

ແນ່ນອນຜົນລົບຂອງການເຂົ້າເປັນສຳມະຊິກຂອງອົງການການຄ້າໂລກທີ່ຂອ້ຍຍົກອອກມານີ້ ອາດຈະບໍຄົບຖ້ວນ ເພາະບໍ່ໃດ້ວິໄຈບັນຫານີ້ຢ່າງເລີກເຊິ່ງ. ການເລີ້ມເຂົ້າເປັນສະມາຊີກຂອງລາວນັ້ນ ເຮັດແນວໃດລັດຖະບານຈື່ງຈະປະຕິບັດຕາມຄຳສັນຍາທີ່ໃຫ້ກັບອົງການການຄ້າໂລກນັ້ນເປັນບັນຫາທີ່ທ້າທາຍ ແລະ ພະນັກງານທີ່ກຽ້ວຂອ້ງຕອ້ງປະຕິບັດ ແລະເຂົ້າໃຈຢ່າງເລີກເຊິ່ງ ກຽ່ວກັບເຂົ້າເປັນສະມາຊີກແລ້ວຊິເຮັດແນວໃດ ແລະປະຕິບັດແນວໃດ. 1 ການປົກປອ້ງລິຂະສີດຂອງສີນຄ້າຈະເພີ້ມທະວີເຂັ້ມແຂງກ່ວາເກົ່າ ໝາຍຄວາມວ່າຈຳພວກສີນຄ້າທີ່ລະເມີດລິຂະສິດຈະຕອ້ງຖືກກວດລ້າງ ເຊັ່ນ : ຮ້ານ ຂາຍປະເພດຄອມພີເຕີຊອບແວ,ຊີດີ ວີຊີດີຈະຖືກປາບປາມຢ່າງເຂັ້ມງວດ ເຮັດໃຫ້ລາຍຮັບຂອງເສດຖະກິດຄອບຄົວຫລຸດລົງ ຫລື ຢຸດກິດຈະການ. 2.ເປີດກວ້າງຫລາຍຂື້ນການນຳເຂົ້າສີນຄ້າກະສິກຳ:  ການນຳເຂົ້າສີນຄ້າກະສິກຳຈາກ ໄທ,ຈີນ,ວຽດນາມຈະເພີ້ມຂື້ນຫລາຍເທົ່າ ເຮັດໃຫ້ສີນຄ້າກະສິກຳຂອງລາວສົ່ງຜົນກະທົບເຊັ່ນ ຜັກກີນ ,ຫມາກວ້ຍ,ກາເຟ ແລະອື່ນໆ 3. ການນຳເຂົ້າສີນຄ້າປະເພດລົດຈັກ,ລົດໃຫ່ຍຈະເພີ້ມຂຶ້ນກວ່າເກົ່າ ສົ່ງຜົນສະທອ້ນໃຫ້ວິສາຫະກິດຜະລິດລົດພາຍໃນ ເຊັ່ນ ໂຄລາວອາດຈະພົບບັນຫາໃນການຂາຍ ເພາະຜູ້ຊົມໃຊ້ມີທາງເລຶອກຫລາຍຂື້ນໂດຍສະເພາະຄຸນນະພາບ  ການນຳເຂົ້າລົດຈາກ ຈີນ,ຢີ່ປຸນ່ ...

ລາວເຂົ້າເປັນສຳມະຊີກWTO ຜົນດີ

ນັບເປັນເວລາທີ່ຍາວຍານສົມຄວນຕັ້ງແຕ່ລາວດຳເນີນການໃນການສະໝັກເຂົ້າເປັນສຳມະຊິກ ຂອງອົງການການຄ້າໂລກ (WTO).ລາວເລີ້ມວຽກງານນີ້ແຕ່ປີ 97 ແລະມາຮອດປີນີ້ໃນວັນທີ່ຊາວຫົກເດືອນສີບ ລາວເຂົ້າເປັນສຳມະຊີກຢ່າງເປັນທາງການ ,ນັ້ນກໍເປັນຈຸດເລີ້ມຂອງການເປີດກວ້າງການຄ້າເສລີກັບບັນດາປະເທດອື່ນໆໃນພາກພື້ນອາຊີແລະເຂດທະວີບອື່ນໆ. ລາວຈະໃດ້ຮັບຜົນດີແນວໃດຫລັງຈາກການເຂົ້າເປັນສຳມະຊີກຂອງອົງການການຄ້າໂລກ: ຈະສ້າງແລະເພີ້ມຄວາມສຳພັນຢ່າງແໜ້ນໜາກັບບັນດາປະເທດຕ່າງໆໃຫ້ດີຂື້ນກ່ວາເກົົ່າ ການບໍເຂົ້າໃຈກັນ,ການໂຕ້ຖຽງກັນຈະໃດ້ມີການແກ້ໃຂຢ່າງສ້າງສັນແລະມີປະສິດທີພາບ ກົດຕ່າງໆຈະເຮັດໃຫ້ການດຳລົງຊິວິດ,ງ່າຍຂື້ນ ການຄ້າເສລີໃນພາກພື້ນແລະທົ່ວໂລກ ຈະລຸດລາຄາຫລືການໃຊ້ຈ່າຍໃນຊິວິດປະຈຳວັນ ມັນໃດ້ສະໜອງຫລາຍໆຕົວເລືອກໃນສີນຄ້າແລະຄຸນນະພາບ ການຄ້າຕ່າງປະເທດເພີ້ມລາຍຮັບໃຫ້ທຸລະກິດກໍຄືປະຊາຊົນ ການຄ້າຕ່າງປະເທດກະຕຸ້ນການຂະຫຍາຍຕົວຂອງເສດຖະກີດ  ຫລັກການພື້ນຖານເຮັດຊີວິດມີປະສີດທີພາບຂື້ນ ປອ້ງກັນການສໍ້ລາດຫລືສໍ້ໂກງດີຂື້ນ ລະບົບກະຕຸ້ນໃຫ້ການທຳງານຂອງລັດຖະບານດີຂື້ນ ຜົນບວກແມ່ນມີຫລາຍກວ່າ ຜົນລົບ,ສຳລັບຜົນລົບນັ້ນ ຂອ້ຍຈະຂຽນໃນບົດຕໍ່ໄປ.

ໄຟທຳມະຊາດເປັນສິງທີ່ເປັນຕາຢ້ານທີ່ສຸດ

Image
ດັ່ງທີ່ພວກເຮົາຮູ້ກັນດີແລ້ວວ່າ ໄຟທຳມະຊາດເປັນອາວູດທີ່ອັນຕະລາຍທີ່ສຸດໃນການທຳລາຍຊິວິດແລະສັບສີນຂອງພວກເຮົາ ແຕ່ລະປີພວກເຮົາອາດຈະໄດ້ຍີນຂ່າວຕ່າງໆກຽ່ວກັບໄຟທຳມະຊາດສົ່ງຜົນກະທົບຕ່ໍປະຊາຊົນໃນທົ່ວໂລກເຊັ່ນ ໄຟນ້ຳຖ້ວມ,ແຜ່ນດີນໄຫວ,ໄຟໜາວແລະອຶ່ນໆ. ໄຟນ້ຳຖ້ວມອາດຈະເກີດຂີ້ນເປັນປະຈຳໃນຊ່ວງລະດູຝົນຫລືທ້າຍລະດູຝົນເຊີ່ງກໍ່ໃຫ້ເກີດຄວາມເສຍຫາຍໃຫ້ແກ່ເຄື່ອງ ປູກຂອງຝັງຂອງຊາວນາຊາວສວນ,ທຳຄວາມເສຍຫາຍໃຫ້ແກ່ຜືນທີ່ອຸດສາຫະກຳແລະຊັບສີນຂອງປະຊາຊົນ.ເຊີ່ງເຫດນິ້ ພວກເຮົາຍາກທີ່ຈະຫລີກລຽ້ງໃດ້ ສີ່ງດຽວທີ່ເຮັດໃດ້ກໍ່ຄືການປອ້ງກັນຄວາມເສຍຫາຍໃຫ້ນອ້ຍທີ່ສຸດເທົ່າທີ່ຈະນອ້ຍໃດ້.    ແຜ່ນດີນໄຫວແມ່ນໄຟທຳມະຊາດທີ່ຂ້າຊິວີດຂອງພວກເຮົາຫລາຍທີ່ສຸດ ເພາະການພະຍາກອນແຜ່ນດີນໄຫວກອ່ນລ່ວງໜ້າຍັງບໍສາມາດບອກໄດ້ໃນເວລາພຽງພໍໃນການປ້ອງກັນຫລື ຫລີກໜີ,ນັກວິທະຍາສາດສາມາດພະຍາກອນກອ່ນແຜ່ນດີນໄຫລວໃດ້ລ່ວງໜ້າພຽງແຕ່ສິບວີນາທີຫລື ນາທີເຊີ່ງນັ້ນບໍສາມາດລາຍງານໃຫ້ປະຊາຊົນປອ້ງກັນທັນ. ດັ່ງນັ້ນອັດຕາການຕາຍເຊີ່ງກວມຫລາຍກ່ວາໝູ່. ການເສຍຊີວີດສວ່ນຫລາຍກໍ່ເນື້ອງຈາກ ຕືກ,ເຮືອນຊານທະລົ່ມພາຍໃນວິນາທີຫລັງຈາກການສັ່ນສະເທືອນ,ໃນການບຸກເຂົ້າໂຈມຕີຂອງຄື້ນຊູນາມິເນື້ອງຈາກ ແຜ່ນດີນໃຫວໃນພື້ນທທະເລ ,ການເສຍຫາຍສວ່ນນີ້ ສ່ວນຫ...