Posts

Showing posts from January, 2014

ລາວໃນຍຸກສະໃໝປັດຈຸບັນ

Image
      ຈຸດຊົມວິວນື່ງໃນແຄມຂອງ       ນະຄອນຫລວງຂອງ ສປປ ລາວຄືວຽງຈັນນັ້ນ ຖ້າທຽບໃສ່ບັນດາເມືອງຫລວງອື່ນກໍຄົງທຽບບໍ່ຕິດ ກຳແພງນະຄອນວຽງຈັນເປັນເມືອງຫລວງທີ່ນອ້ຍຂອງໂລກກໍສາມາດເວົ້າໄດ້ເຊິ່ງມີພົນລະເມືອງອາ ໃສຢູ່ປະມານ 795,000 ສະຖິຕິປີ 2009. ແລະບວກກັບພົນລະເມືອງເຊິ່ງບໍ່ໄດ້ລົງທະບຽນແລະນັກທອ່ງທຽ່ວເວົ້າແລ້ວກໍຫລາຍລ້ານຄົນ. ການຂະຫຍາຍຕົວທາງເສດຖະກິດຢູ່ນີ້ນັບມື້ນັບສູງ ຊິວິດການເປັນຢູ່ຂອງປະຊາຊົນດີຂື້ນເທື່ອລະກ້າວແລະຄ່າຄອງຊີບນັບມື້ນັບສູງ ເນື້ອງຈາກສິນຄ້າສ່ວນຫລາຍແມ່ນນຳເຂົ້າເກືອບໝົດ ສິນຄ້າສ່ວນຫລາຍມາຈາກປະເທດໄກ້ຄຽງ ໄທ , ວຽດນາມແລະ ສປ ຈິນ.     ການຂະຫຍາຍເສັ້ນທາງໃນຕົວເມືອງຍັງບໍ່ໄດ້ມີຄວາມຄືບໜ້າປານໃດ ເສັ້ນທາງຍັງຄັບແຄບແລະລົດຕິດໃນໂມງໄປວຽກແລະເລີກວຽກເຊິ່ງບັນຫານີ້ອາດຈະນັບມື້ນັບໃຫ່ຍຂື້ນ,ຍອ້ນການຂະຫຍາຍຕົວຂອງຍານພະຫະນະໂດຍສະເພາະແມ່ນລົດສ່ວນຕົວເຊິ່ງບາງຄອບຄົວກໍມີຮອດສາມສີ່ຄັນ.ອີກບັນຫານື່ງຄືການຂັບລົດແລະການປະຕິບັດກົດຈາລະຈອນຍັງປະຕິບັດບໍ່ໄດ້ , ການຈອດລົດສະຊາຍແລະສະຖານທີ່ໃນຕົວເມືອງຄັບແຄບຍັງບໍ່ມີສະຖານທີ່ຈອດລົດແລະເຖິ່ງວ່າມີ ເຈົ້າຂອງລົດຍັງບໍ່ປະຕິບັດ ເຊິ່ງມັນສະແດງອອກເຊັ່ນ:ຈ...