ລາວເຂົ້າເປັນສຳມະຊີກWTO ຜົນດີ
ນັບເປັນເວລາທີ່ຍາວຍານສົມຄວນຕັ້ງແຕ່ລາວດຳເນີນການໃນການສະໝັກເຂົ້າເປັນສຳມະຊິກ ຂອງອົງການການຄ້າໂລກ (WTO).ລາວເລີ້ມວຽກງານນີ້ແຕ່ປີ 97 ແລະມາຮອດປີນີ້ໃນວັນທີ່ຊາວຫົກເດືອນສີບ ລາວເຂົ້າເປັນສຳມະຊີກຢ່າງເປັນທາງການ ,ນັ້ນກໍເປັນຈຸດເລີ້ມຂອງການເປີດກວ້າງການຄ້າເສລີກັບບັນດາປະເທດອື່ນໆໃນພາກພື້ນອາຊີແລະເຂດທະວີບອື່ນໆ. ລາວຈະໃດ້ຮັບຜົນດີແນວໃດຫລັງຈາກການເຂົ້າເປັນສຳມະຊີກຂອງອົງການການຄ້າໂລກ: ຈະສ້າງແລະເພີ້ມຄວາມສຳພັນຢ່າງແໜ້ນໜາກັບບັນດາປະເທດຕ່າງໆໃຫ້ດີຂື້ນກ່ວາເກົົ່າ ການບໍເຂົ້າໃຈກັນ,ການໂຕ້ຖຽງກັນຈະໃດ້ມີການແກ້ໃຂຢ່າງສ້າງສັນແລະມີປະສິດທີພາບ ກົດຕ່າງໆຈະເຮັດໃຫ້ການດຳລົງຊິວິດ,ງ່າຍຂື້ນ ການຄ້າເສລີໃນພາກພື້ນແລະທົ່ວໂລກ ຈະລຸດລາຄາຫລືການໃຊ້ຈ່າຍໃນຊິວິດປະຈຳວັນ ມັນໃດ້ສະໜອງຫລາຍໆຕົວເລືອກໃນສີນຄ້າແລະຄຸນນະພາບ ການຄ້າຕ່າງປະເທດເພີ້ມລາຍຮັບໃຫ້ທຸລະກິດກໍຄືປະຊາຊົນ ການຄ້າຕ່າງປະເທດກະຕຸ້ນການຂະຫຍາຍຕົວຂອງເສດຖະກີດ ຫລັກການພື້ນຖານເຮັດຊີວິດມີປະສີດທີພາບຂື້ນ ປອ້ງກັນການສໍ້ລາດຫລືສໍ້ໂກງດີຂື້ນ ລະບົບກະຕຸ້ນໃຫ້ການທຳງານຂອງລັດຖະບານດີຂື້ນ ຜົນບວກແມ່ນມີຫລາຍກວ່າ ຜົນລົບ,ສຳລັບຜົນລົບນັ້ນ ຂອ້ຍຈະຂຽນໃນບົດຕໍ່ໄປ.