ລາວເຂົ້າເປັນສຳມະຊີກWTO ຜົນດີ

ນັບເປັນເວລາທີ່ຍາວຍານສົມຄວນຕັ້ງແຕ່ລາວດຳເນີນການໃນການສະໝັກເຂົ້າເປັນສຳມະຊິກ
ຂອງອົງການການຄ້າໂລກ (WTO).ລາວເລີ້ມວຽກງານນີ້ແຕ່ປີ 97 ແລະມາຮອດປີນີ້ໃນວັນທີ່ຊາວຫົກເດືອນສີບ ລາວເຂົ້າເປັນສຳມະຊີກຢ່າງເປັນທາງການ ,ນັ້ນກໍເປັນຈຸດເລີ້ມຂອງການເປີດກວ້າງການຄ້າເສລີກັບບັນດາປະເທດອື່ນໆໃນພາກພື້ນອາຊີແລະເຂດທະວີບອື່ນໆ.
ລາວຈະໃດ້ຮັບຜົນດີແນວໃດຫລັງຈາກການເຂົ້າເປັນສຳມະຊີກຂອງອົງການການຄ້າໂລກ:

  1. ຈະສ້າງແລະເພີ້ມຄວາມສຳພັນຢ່າງແໜ້ນໜາກັບບັນດາປະເທດຕ່າງໆໃຫ້ດີຂື້ນກ່ວາເກົົ່າ
  2. ການບໍເຂົ້າໃຈກັນ,ການໂຕ້ຖຽງກັນຈະໃດ້ມີການແກ້ໃຂຢ່າງສ້າງສັນແລະມີປະສິດທີພາບ
  3. ກົດຕ່າງໆຈະເຮັດໃຫ້ການດຳລົງຊິວິດ,ງ່າຍຂື້ນ
  4. ການຄ້າເສລີໃນພາກພື້ນແລະທົ່ວໂລກ ຈະລຸດລາຄາຫລືການໃຊ້ຈ່າຍໃນຊິວິດປະຈຳວັນ
  5. ມັນໃດ້ສະໜອງຫລາຍໆຕົວເລືອກໃນສີນຄ້າແລະຄຸນນະພາບ
  6. ການຄ້າຕ່າງປະເທດເພີ້ມລາຍຮັບໃຫ້ທຸລະກິດກໍຄືປະຊາຊົນ
  7. ການຄ້າຕ່າງປະເທດກະຕຸ້ນການຂະຫຍາຍຕົວຂອງເສດຖະກີດ 
  8. ຫລັກການພື້ນຖານເຮັດຊີວິດມີປະສີດທີພາບຂື້ນ
  9. ປອ້ງກັນການສໍ້ລາດຫລືສໍ້ໂກງດີຂື້ນ
  10. ລະບົບກະຕຸ້ນໃຫ້ການທຳງານຂອງລັດຖະບານດີຂື້ນ
ຜົນບວກແມ່ນມີຫລາຍກວ່າ ຜົນລົບ,ສຳລັບຜົນລົບນັ້ນ ຂອ້ຍຈະຂຽນໃນບົດຕໍ່ໄປ.




Comments

Popular posts from this blog

我的航线,我的旅游,我的家!