ປະຫວັດສາດອີຕາລີໂດຍສັງເຂບ
ປະຫວັດສາດອີຕາລີໂດຍສັງເຂບ ການພະຍາຍາມຮວບລວມປະຫວັດສາດຂອງອີຕາລີເຂົ້າຮ່ວມກັນໂດຍສັງເຂບນັ້ນເປັນເລື່ອງທີ່ທ້າທາຍ,ເພາະວ່າເນື່ອງຈາກທີ່ຕັ້ງພູມສັນຖານທີ່ຢູ່ໃນໃຈກາງຂອງເສັ້ນທາງການຄ້າໃນທະເລເມຕີເທຮານນຽນ,ອີຕາລີໄດ້ມີປະຫວັດສາດທີ່ຍືດຍາວແລະສັບສົນວຸ້ນວາຍ. ເສັ້ນທາງການຄ້າທັງໃນທະເລເມຕີເຕີຣານນຽນແລະທາງບົກຍັງໄດ້ໃຊ້ເປັນເສັ້ນທາງການທະຫານແລະລັດທິຂະຫຍາຍອານາຈັກເປັນທາງສົ່ງຜ່ານໃນຫລາຍສັດຕະວັດ,ກໍ່ຄືເປັນຊອ່ງທາງສຳລັບການແພ່ກະຈາຍວັດທະນະທຳແລະຄວາມຮູ້ນຳອີກ. ດ້ວຍເຫດຜົນນັ້ນ,ອີຕາລີໄດ້ຕົກເປັນເປົ້າໝາຍໃນການຮຸກຮານກໍ່ຄືເປັນຈຸດສຸມໃນການປະດິດຄິດສ້າງແລະການຮ່ຳຮຽນ. ເພື່ອຄວາມງ່າຍດາຍ ພວກເຮົາສາມາດຈັດແບ່ງປະຫວັດສາດອີຕາລີໂດຍຫຍໍ້ໄດ້ເຈັດຍຸກສະໄໝ ດັ່ງນີ້: ຍຸກກອ່ນປະຫວັດສາດ ຫລັກຖານຂອງອາຣະຍະທຳໄດ້ຄົ້ນພົບໃນແຫລມອີຕາລີເຊິ່ງມີອາຍູຍາວນານເຖິງຍຸກກອ່ນປະຫວັດສາດ. ຫີນເປັນພັນໆໄດ້ຄົ້ນພົບໃນເຂດພູອາລພີເນໃນເຂດໂລມບາຣດີເຊິ່ງມີອາຍຸປະມານ8000 ກອ່ນ ຄສ. ໄດ້ມີການຕັ້ງຖິ່ນຖານຢ່າງນັບບໍ່ຖວ້ນຕະຫລອດຍຸກທອງແດງ(ສັດຕະວັດທີ37 ຫາ15 ກອ່ນ ຄສ) ໃນຍຸກທອງ(ສັດຕະວັດທີ15ຫາ 8 ກອ່ນ ຄສ)ແລະຍຸກເຫລັກ (ສັດຕະວັດທີ8 -5 ກອ່ນ ຄສ). ...