ປະຫວັດສາດອີຕາລີໂດຍສັງເຂບ
ການພະຍາຍາມຮວບລວມປະຫວັດສາດຂອງອີຕາລີເຂົ້າຮ່ວມກັນໂດຍສັງເຂບນັ້ນເປັນເລື່ອງທີ່ທ້າທາຍ,ເພາະວ່າເນື່ອງຈາກທີ່ຕັ້ງພູມສັນຖານທີ່ຢູ່ໃນໃຈກາງຂອງເສັ້ນທາງການຄ້າໃນທະເລເມຕີເທຮານນຽນ,ອີຕາລີໄດ້ມີປະຫວັດສາດທີ່ຍືດຍາວແລະສັບສົນວຸ້ນວາຍ.
ເສັ້ນທາງການຄ້າທັງໃນທະເລເມຕີເຕີຣານນຽນແລະທາງບົກຍັງໄດ້ໃຊ້ເປັນເສັ້ນທາງການທະຫານແລະລັດທິຂະຫຍາຍອານາຈັກເປັນທາງສົ່ງຜ່ານໃນຫລາຍສັດຕະວັດ,ກໍ່ຄືເປັນຊອ່ງທາງສຳລັບການແພ່ກະຈາຍວັດທະນະທຳແລະຄວາມຮູ້ນຳອີກ. ດ້ວຍເຫດຜົນນັ້ນ,ອີຕາລີໄດ້ຕົກເປັນເປົ້າໝາຍໃນການຮຸກຮານກໍ່ຄືເປັນຈຸດສຸມໃນການປະດິດຄິດສ້າງແລະການຮ່ຳຮຽນ.
ເພື່ອຄວາມງ່າຍດາຍ ພວກເຮົາສາມາດຈັດແບ່ງປະຫວັດສາດອີຕາລີໂດຍຫຍໍ້ໄດ້ເຈັດຍຸກສະໄໝ ດັ່ງນີ້:
ຍຸກກອ່ນປະຫວັດສາດ
ຫລັກຖານຂອງອາຣະຍະທຳໄດ້ຄົ້ນພົບໃນແຫລມອີຕາລີເຊິ່ງມີອາຍູຍາວນານເຖິງຍຸກກອ່ນປະຫວັດສາດ. ຫີນເປັນພັນໆໄດ້ຄົ້ນພົບໃນເຂດພູອາລພີເນໃນເຂດໂລມບາຣດີເຊິ່ງມີອາຍຸປະມານ8000 ກອ່ນ ຄສ. ໄດ້ມີການຕັ້ງຖິ່ນຖານຢ່າງນັບບໍ່ຖວ້ນຕະຫລອດຍຸກທອງແດງ(ສັດຕະວັດທີ37 ຫາ15 ກອ່ນ ຄສ) ໃນຍຸກທອງ(ສັດຕະວັດທີ15ຫາ 8 ກອ່ນ ຄສ)ແລະຍຸກເຫລັກ (ສັດຕະວັດທີ8 -5 ກອ່ນ ຄສ). ໃນພາກເໜືອຂອງອີຕາລີ,ວັດທະນະທຳອີທຣູສະແຄນໄດ້ຄອບງຳລະວ່າງ 800BC,ໃນຂະນະທີ່ເກັຼກຕັ້ງຖິ່ນຖານທີ່ພາກໃຕ້ອີຕາລີຈາກ700-600BC ເຊັ່ນໃນອາພູເລຍ,ຄາລາເບຣຍແລະຊີຊີລີ(ຫລັງຈາກນັ້ນເປັນທີ່ຮູ້ເຊັ່ນ ມາງາ ແກຣເຊີຍ).
ອານາຈັກໂຣມານ(ສັດຕະວັດທີ5 ກອ່ນ ຄສ ເຖິງ ສັດຕະວັດທີ5 ຫລັງ ຄສ)
ອີງຕາມຕຳນານ ກຸງໂຣມແມ່ນສ້າງຕັ້ງໂດຍໂຣມູລັສແລະເຣມັດສໃນໃຈກາງຂອງອີຕຣູສຄານ ອີຕາລີໃນ735ກອ່ນ ຄສ. ຜ່ານຂ້າມຫລາຍສັດຕະວັດຕໍ່ໄປ,ໂຣມໄດ້ຂະຫຍາຍອານາຈັກເຂດດີນແດນຂອງມັນເຂົ້າໄປໃນອານາຈັກທີ່ມີຊື່ອານາຈັກໂຣມານ. ໂຣມານໄດ້ຕັ້ງຊື່ແຫລມອີຕາລຽນ "ອີຕາລີ" ລັດຂອງອີຕາລີທີ່ພາກເໜຶອຂອງອີມິເລຍ ໂຣມາຍາໄດ້ຄິດວ່າເປັນສ່ວນໜຶ່ງຂອງແຂວງໂຣມານຂອງຊີສາລພີເນ ກາວລ.
ອີຕາລີໄດ້ຈະເລີນຮຸ່ງເຮືອງພາຍໃຕ້ ອານາຈັກໂຣມານ ເຊິ່ງມັນໄດ້ສິ້ນສຸດໃນປີຄສ 476 ໂດຍການຕາຍຂອງເຈົ້າຊິວິດອູກູສຕັດສ (Augustus). ຫລັງຈາກນັ້ນແຫລມອີຕາລີໄດ້ຖືກແບ່ງສ່ວນເຂົ້າເປັນຫລາຍອານາຈັກແລະການທ້ອນໂຮມແມ່ນພຽງໄດ້ບັນລຸໃນປີຄສ1861.
ຍຸກກາງ(ສັດຕະວັດທີ6-12)
ປະຫວັດສາດອີຕາລີໂດຍສັງເຂບໃນຍຸກກາງນີ້ເລີ້ມຕົ້ນກັບລຳດັບການຮຸກຮານ. ໃນຄສ 493, ໂອສໂຕຣໂກທສ (Ostrogoths), ພວກເຢຍລະມັນຕາເວັນອອກໄດ້ຊະນະສົງຄາມໃນແຫລມອີຕາລີ. ຜົນຂອງສົງຄາມໂກທິກໄດ້ເຮັດໃຫ້ໂບມບາຣແລະກຸ່ມພວກເຢຍລະມັນຊົນເຜົ່າອື່ນສ້າງຕັ້ງອານາຈັກຂື້ນໃນພາກເໜືອອີຕາລີແລະສາມເຂດການປົກຄອງໃນພາກໃຕ້ໃນປີ ຄສ 568. ຕໍ່ມາ,ສັນຕະປາປາໄດ້ເລີ້ມສ້າງລັດທີ່ເປັນເອກະລາດ. ຄສ 756, ເມື່ອ Franks (ຄົນຝຣັ່ງ) ຕີ ໂລມບາດຣຈົນປະລາໄຊ, ພວກເຂົາໄດ້ຮັບອຳນາດຈາກສັນຕະປາປາໃນທົ່ວພາກກາງອີຕາລີແລະໄດ້ສ້າງຕັ້ງລັດປາປາລຂື້ນ. ລັດທີ່ຢູ່ພາກເໜືອຂອງໂລມບາຣດີ,ພີອີມອນ,ອີມິເລຍ -ໂຣມາຍາແລະທັສຄານີໄດ້ຖືກປົກຄອງໂດຍເຢຍລະມັນ ໂຮລີ ອານາຈັກ ໂຣມານນັບແຕ່ປີ ຄສ 962.
ຊ່ວງສຸດທ້າຍຂອງສັດຕະວັດ 11,ການຮຸກຮານທີ່ຮ້າຍສຸດໄດ້ຈົບສິ້ນແລະການຄ້າໄດ້ເລີ້ມຈະເລີນຮຸ່ງເຮືອງອີກຄັ້ງໜຶ່ງ. ສີ່ຕົວເມືອງຂອງອີຕາລີGenoa, Pisa, Amalfi ແລະ Venice – ໄດ້ກາຍເປັນເມືອງເອກແລະສຳຄັນທາງດ້ານການຄ້າແລະການເມືອງ. ໃນສຕວທີ12 ເມືອງຂອງອີຕາລີທີ່ປົກຄອງໂດຍໂຮລີ ອານາຈັກ ໂຣມານໄດ້ເລີ້ມການດຳເນີນເຄື່ອນໄຫວເພື່ອປົກຄອງຕົນເອງ. ຜົນກໍຄືພາກເໜືອອີຕາລີໄດ້ກາຍເປັນກຸ່ມຂອງອານາຈັກເອກະລາດ,ສາທາລະນະລັດແລະ ເມືອງ-ລັດ.
ການຟື້ນຟູໃໝ່ (ສຕວ 14-16)
ໃນຈຸດນີ້ຂອງປະຫວັດສາດອີຕາລີໂດຍສັງເຂບນີ້,ຄວາມແຕກຕ່າງກັນລະວ່າງເຂດປົກຄອງແມ່ນໜັກໜ່ວງ. ໃນເຂດຈະເລີນຮຸ່ງເຮືອງໃນພາກເໜືອ,ກາງແລະກົງກັນຂ້າມພາກໃຕ້ອີຕາລີແມ່ນໄດ້ຮັບຄວາມກົດດັນທາງດ້ານເສດຖະກິດ. ອຳນາດຂອງສັນຕະປາປາໄດ້ຕັ້ງຖິ່ນຖານຊົວຄາວໃນAvignon ປະເທດຝຣັ່ງແລະກັບຄືນສູ່ກຸງໂຣມໃນ ຄສ 1478. ນາໂປສ,ຊີສີລີແລະຊາຣດີເນຍໄດ້ຖືກປົກຄອງໂດຍອຳນາດຕ່າງປະເທດ.
ການຟື້ນຟູຂອງຊາວອີຕາລີແມ່ນການເຄື່ອນໄຫວທາງວັດທະນະທຳເຊິ່ງເລີ້ມໃນທັດສຕານີໃນສຕວທີ14,ແລະແພ່ຂະຫຍາຍຈາກຟໂລເຣນສຮອດຊີອີນາ. ຫລາຍປັດໃຈທີ່ໄດ້ຊ່ວຍໃຫ້ການປະກົດຕົວອອກມາ,ລວມທັງການໄຫລທະລຸເຂົ້າຂອງພວກນັກປັນຍາຊົນເກັຼກແລະຕາມມາດ້ວຍການຮຸກຮານຄັ້ງສອງຂອງຄອນສະຕານຕີໂນບເລີໂດຍໂອໂຕມານ ເທີຣກສໃນ ຄສ 1453. ການອຸປະຖຳທາງດ້ານສິນລະປະທີ່ສາມາດຊື້ໄດ້ໂດຍຄອບຄົວເມດິຊີແມ່ນເປັນອີກປັດໃຈໜຶ່ງທີ່ໃຫ້ການຊ່ວຍເຫລືອ. ຍຸກສະໄໝໄດ້ເຮັດໃຫ້ການເພື້ມຂື້ນຢ່າງຫລວງຫລາຍຂອງງານສິນລະປະທີ່ຍິ່ງໃຫ່ຍ ເຊັ່ນ Leonardo Da Vinci, Michelangelo Buonarotti, Sandro Botticelli, Dante Alighieri ແລະ Francesco Petrarchແລະນັກສິນລະປະອື່ນໆ. ການປະດິດສ້າງ ການຕີພິມທາງສື່ໂດຍທ່ານ Johannes Gutenberg ໃນ ຄສ 1440ກໍໄດ້ເຮັດໃຫ້ຂໍ້ມູນຂ່າວສານກະຈາຍຢ່າງອິດສະຫລະ .
ຈົນເຖິງທາງພາກໃຕ້ຫາກຸງໂຣມ,ການຟື້ນຟູຄືນໃໝ່ໄດ້ເປັນບັນດານໃຈໃຫ້ສັນຕະປາປາສ້າງເມືອງອີກໃໝ່ແລະເມືອງໂຣມໄດ້ຈະເລີນຮຸ່ງເຮືອງອີກຄັ້ງ. ການເຄື່ອນໄຫວຍັງໄດ້ເຄື່ອນໄຫວຍັງໄດ້ກະຈາຍເຖິງເມືອງມິລານ,ວີນິດສແລະທາງພາກເໜືອຂອງຢູໂຫລບ,ຜົນກະທົບຕໍ່ສິນລະປະ,ວັດນະຄະດີ,ປັດຊະຍາ,ການເມືອງ,ວິທະຍາສາດ,ສາດສະໜາແລະເວທີທາງປັນຍາອື່ນໆ. ພາຍໃນອີຕາລີ,ການປົກຄອງຂອງວັດທະນະທຳທັດສຄານໄດ້ເຮັດໃຫ້ພາສາທອ້ງຖິ່ນທັດສຄານໄດ້ກາຍເປັນພາສາທາງການຂອງອີຕາລີ.
ປົກຄອງໂດຍຕ່າງຊາດ(ຄສ 1559 ຫາ 1814)
ອີກຄັ້ງໜຶ່ງ,ໃນປະຫວັດສາດອີຕາລີໂດຍສັງເຂບນີ້,ຍຸກສະໄໝທອງຄຳແມ່ນໄດ້ຕິດຕາມມາດ້ວຍຄວາມມຶດມົວ. ຄສ 1494, ຝຣັ່ງຮຸກຮານພາກເໜືອອີຕາລີແລະຫລາຍເມືອງ ລັດຖືກໂຄ້ນລົ້ມ. ຄສ 1527 ສະເປນແລະເຢຍລະມັນໄດ້ບຸກໂຈມຕີກຸງໂຣມ. ໃນຊ່ວງສຸດທ້າຍຂອງສົງຄາມອີຕາລີໃນ ຄສ 1559, ສາມລັດອີຕາລີໄດ້ຮັບເອກະລາດ – Piedmont Savoy, Corsica-Genoa ແລະ Venice. ຕໍ່ມາທັງສອງລັດຄື Savoy ແລະ Corsica ໄດ້ຖືກຂາຍໃຫ້ຝຣັ່ງ– Corsica ໃນ ຄສ 1764 ແລະ Savoy ໃນ ຄສ 1860.
ຊ່ວງປີ ຄສ 1559 ສະເປນໄດ້ຄວບຄຸມເມືອງມິລານ,ເນໂປສ;ຊີສີລີ ;ຊາຣດິເນຍແລະພາກໃຕ້ທັດສຄານີ ແລະໄດ້ປົກຄອງຜູ້ປົກຄອງເມືອງທັດສຄານີ,ເຈໂນອາແລະລັດນອ້ຍໆອື່ນໆໃນພາກເໝືອຂອງອີຕາລີ. ສະເປນຄວບຄຸມອີຕາລີຈົນຮອດ ຄສ 1713.
ໃນຍຸກສະໄໝການປົກຄອງໂດຍ Habsburg ສະເປນ(1559 ຫາ 1713)ແລະHabsburg Austria (1713 ຫາ 1796), ອີຕາລີໄດ້ມີສັນຕິພາບເປັນເວລາຍາວນານ. ໃນຍຸກ Napoleonic (1796 ຫາ 1814), ອີຕາລີໄດ້ທອ້ນໂຮມສ່ວນໜື່ງໂດຍ Napoleon ດັ່ງເຊັ່ນ ສາທາລະນະລັດ ອີຕາລີແລະຕໍ່ມາລາຊະອານາຈັກອີຕາລີ ແລະໄດ້ກາຍເປັນລັດລູກຄ້າຂອງສາທາລະນະລັດຝຣັ່ງ.
ຫລັງຈາກການປາລາໄຊຂອງNapoleonicຝຣັ່ງ ໃນ ຄສ 1814, ລັດສະພາຂອງວຽນນາໄດ້ແບ່ງອີຕາລີອອກເປັນແປດພາກ;ສ່ວນຫລາຍແມ່ນພາຍໃຕ້ການປົກຄອງຂອງຕ່າງຊາດ: Parma, Modena ແລະTuscany ຖືກປົກຄອງໂດຍ Hapsburgs; Lombardy ແລະ Venetia ປົກຄອງໂດຍ Austria; Piedmont-Sardinia-Genoa ແລະລັດຂອງສັນຕະປາປາແມ່ນລັດເອກະລາດ; ແລະ Naples ແລະ Sicily ຖືກປົກຄອງໂດຍຝຣັ່ງ. ສະພາບທີ່ເລວຮ້າຍສຸດໆນີ້ໄດ້ຖືກກະຕຸ້ນທາງຫລັງຂອງການເຄື່ອນໄຫວການທອ້ນໂຮມເປັນໜື່ງຂອງຊາວອີຕາລີ
ການທອ້ນໂຮມ(1814 ຫາ 1861)
ປວ ສາດສັງເຂບຂອງອີຕາລີໄດ້ເຖິງຈຸດສູງສຸດໃນການທອ້ນໂຮມ. Risorgimento ແມ່ນການດຳເນີນທີ່ສັບສົນເຊິ່ງໃນທີ່ສຸດໄດ້ທອ້ນໂຮມບັນດາລັດຂອງແຫລມອີຕາລີເຂົ້າເປັນຊາດສະໄໝໃໝ່ຂອງອີຕາລີ. ການເຄື່ອນໄຫວໄດ້ເລີ້ມໃນ 1815ແລະຄວາມບໍ່ພໍໃຈໃນການປົກຄອງໂດຍໂອຕຣິດ
ບຸກຄົນສຳຄັນແລະມີຊື່ສຽງສອງທ່ານໃນການເຄື່ອນໄຫວທອ້ນໂຮມອີຕາລີແມ່ນ:Giuseppe Mazzini ແລະGiuseppe Garibaldi. ຄົນພຶ້ນເມືອງຂອງ ເຈັນໂນອາ,ມາຊີນີໄດ້ຈຳຄຸກໃນປີ 1830 ຍອ້ນບົດບາດຂອງລາວໃນກຸ່ມCarbonari ສັງຄົມລັບ. ລາວໄດ້ລີ້ໄພທີ່ຝຣັ່ງແລະອັງກິດ ລາວໄດ້ນຳອອກມາສະແດງກຽວກັບການລຸກຮືຂື້ນທີ່ບໍ່ປະສົບຜົນສຳເລັດໃນອີຕາລີ,ແຕ່ໃນທີ່ສຸດມັນສຳເລັດກັບGaribaldiໃນການບັນລຸພວກຝັນທີ່ທອ້ນໂຮມອີຕາລີ. ພິທິຊາປະນາກິດສົບຂອງລາວໃນປີ1872 ໄດ້ດຶງດູດຜູ່ຄົນປະມານໜຶ່ງແສນຄົນ.
Giuseppe Garibaldi ເກີດທີ່ Nice (Nizza), ແລະ, ຄ້າຍຄືກັບ Mazzini, ເຄີຍເປັນສຳມະຊິກຂອງກຸ່ມ Carbonari ສັງຄົມລັບ. ລາວໄດ້ໜີອອກອີຕາລີ ຄສ 1834 ຫລັງຈາກການການປາລາໄຊໃນການກະບົດ,ແຕ່ກັບຄືນມາໃນປີ 1854 ເພື່ອດຳເນີນຕໍ່ພາລະກິດການເຄື່ອນໄຫວຂອງລາວ. ອີຕາລີໄດ້ທອ້ນໂຮມຢ່າງເປັນທາງການໃນປີ 1861 ,ກຸງໂຣມແລະລາຕິອາມໄດ້ເຂົ້າຮ່ວມກັນໃນ1870ແລະສ່ວນເຂດປົກຄອງtrieste ແມ່ນທອ້ນໂຮມຫລັງຈາກສົງຄາມໂລກ 1 .
ອີຕາລີໃນປັດຈຸບັນ
ນັບແຕ່ການທອ້ນໂຮມເອກະລາດ,ອີຕາລີໄດ້ຜ່ານປະສົບການແລະໄລ່ຍະເວລາທີ່ເລວຮ້າຍເຊິ່ງສາມາດເຫັນໄດ້ຈຳນວນຄົນຫລວງຫລາຍໜີໄພອອກຈາກປະເທດຜົນຮັບທີ່ຫາຍະນະຂອງສົງຄາມໂລກທັງສອງຄັ້ງ. ໃນຫົກສິບປີຜ່ານມາ,ປະເທດຊາດໄດ້ຮຽກຮອ້ງຖານະຂອງຕົນອີກຄັ້ງໃນການເປັນຜູ້ຫລີ້ນສຳຄັນໃນດ້ານສັງຄົມແລະວັດທະນະທຳຂອງວຽກງານໃນໂລກ. ສິນຄ້າແລະການບໍລິການຂອງອີຕາລີແມ່ນດີເລີດແລະຍອມຮັບທົ່ວໂລກແລະອີຕາລີຍັງແມ່ນໜຶ່ງໃນບອ່ນທອ່ງທຽວທີ່ມີຊື່ສຽງຂອງຢູໂຫລບ. ອີຕາລີແມ່ນໜຶ່ງໃນສຳມະຊິກທີ່ກໍ່ຕັ້ງປະຊາຄົມເສດຖະກິດຢູໂຫລບແລະເຖິງແມ້ວ່າການເມືອງຂອງອີຕາລີແມ່ນຊັ່ນຄອນກໍຕາມ.ການຂະຫຍາຍຕົວເສດຖະກິດແມ່ນເປັນທາງບວກແລະການດຳລົງຊິວິດທີ່ຢູ່ໃນມາດຕະຖານສູງ.
ຄວາມອຸດົມສົມບູນຂອງປະຫວັດສາດແລະການດຳລົງຊິວິດທີ່ເຕັມໄປດ້ວຍອາລົມໃນປັດຈຸບັນໄດ້ລວມເຂົ້າກັນໃນການເຮັດໃຫ້ອີຕາລີກາຍເປັນປະເທດທີ່ ນັກທອ່ງທຽວຕອ້ງເລືອກເອົາເປັນຈຸດໝາຍ.
get PDF file
https://drive.google.com/file/d/0Bx32L3RunoQzc1NnWTRLcF9DWlk/edit?usp=sharing
translated from http://www.italianlegacy.com/
No comments:
Post a Comment