ລົດໄຟຄວາມໄວສູງມີຜົນດີຕໍ່ຄົນລາວແລະໃນພາກພຶ້ນ
ເລື້ອງການສ້າງທາງລົດໄຟຄວາມໄວສູງຢູ່ລາວ ການສ້າງລົດໄຟຄວາມໄວສູງຜ່ານລາວເຊື່ອມປະເທດຕ່າງໆໃນພາກພື້ນແມ່ນມີຄວາມສຳຄັນຫລາຍສຳລັບລາວ ເພາະລາວເປັນປະເທດທີ່ຫາກໍສ້າງທາງລົດໄຟໃລ່ຍທາງສັ້ນເຊື່ອມຕໍ່ກັບຈັງຫວັດໜອງຄາຍ ເຊິ່ງຫາກໍ່ເລີ້ມນຳໃຊ້ໃນເດືອນມີນາ 2009 ການສ້າງທາງລົດໄຟທີ່ມີຄວາມໄວລະດັບສູງນັ້ນ ເຖິງວ່າຈະໄດ້ຮັບການເຫັນດີຈາກສະພາແຫ່ງຊາດລາວ ,ແຕ່ບັນຫາທີ່ສຳຄັນໃນຄະນະນີ້ແມ່ນຊີເອົາເງີນມາແຕ່ໃສມາສ້າງ ເພາະການລົງທືນບໍ່ແມ່ນໜອ້ຍແລະມີຄວາມຫຍຸ້ງຍາກ. ຈາກການລາຍງາຍຂອງວິທະຍຸສຽງອາເມລິກາກ່າວວ່າ ການລົງທືນໃຊ້ທືນປະມານ 7000 ລ້ານໂດລາສະຫະລັດ ເຊີ່ງເປັນຈຳນວນເງີນທີ່ມະຫາສານ. ໃນເມືອ່ທາງທະນາຄານກາງຂອງຈີນເຫັນດີໃຫ້ຢືມເງີນທືນທັງໝົດຮອ້ຍເປີເຊັນ ,ແຕ່ຂ້າພະເຈົ້າເຫັນວ່າກໍນ່າວິຕົກແລະກັງວົນຢ້ານວ່າຄັນພວກເຮົາບໍມີເງີນສົດໃຊ້ເຂົາທັນຕາມສັນຍາ ພວກຈີນ ຈະພາຄົນຂອງເຂົາເຂົ້າມາຢູ່ດີນລາວແລະຍາດວຽກເຮັດ,ຍາດທຸລະກີດຂອງຄົນລາວໄປໝົດ. ເພາະປະຈຸບັນລາວໄດ້ໃຫ້ຄົນຈີນເຂົ້າມາຫລາຍໃນການຄ້າຂາຍ ໂດຍສະເພາະການຄ້າຂາຍທີ່ບໍເປັນລະບຽບ,ສີນຄ້າທີ່ມີຄຸນນະພາບຕ່ຳແລະອື່ນໆ. ເຫັນດີນຳແຜ່ນການພັດທະນາຂອງຊາດເພື່ອຫລຸດຜອ່ນຄວາມທຸກຍາກຂອງປະຊາຊົນ.ແຕ່ໃນເມືອ່ພວກເຮົາບໍມີທືນພຽງພໍ,ໂຄງການນີ້ ທາງທີ່ດີກໍຄວນລໍຟັງແລະພິຈາລະນາຢ່າງສ...