ຂອ້ຍໄດ້ສອນຕົນເອງດຳລົງຊິວິດຢ່າງງ່າຍດາຍ ໂດຍ ອານນາ ອາກມາໂຕວາ



ຂອ້ຍໄດ້ສອນຕົນເອງດຳລົງຊິວິດຢ່າງງ່າຍດາຍ  ໂດຍ ອານນາ ອາກມາໂຕວາ
ຂອ້ຍໄດ້ສອນຕົນເອງດຳລົງຊິວິດຢ່າງງ່າຍດາຍແລະຢ່າງສະຫລາດ,
ແນມເບິ່ງທອ້ງຟ້າແລະອະທິຖານພຣະຜູ້ເປັນເຈົ້າແລະ
ເດີນໄປໂດຍບໍ່ມີຈຸດໝາຍແນ່ນອນທີ່ໄກກອ່ນຕອນຄ່ຳການເປັນຫ່ວງກັງວົນທີ່ເກີນຂອບເຂດເຮັດໃຫ້ເມື່ອຍອອ່ນລ້າ.
ໃນເວລາຕົ້ນຫຍ້າເຈົ້າຊູ້ເຮັດສຽງກອບແກບກອບແກບໃນຮອ່ມພູເລິກແລະກຸ່ມໝາກໂຣວານເບີຣີທັງເຫລືອງທັງແດງຫ່ຽວແຫ້ງ
 ຂອ້ຍແຕ່ງກາບກອນທີ່ມີຄວາມສຸກກ່ຽວກັບການທົດຖອຍອອ່ນລ້າຂອງຊິວິດ,ການເຊື່ອມສະຫລາຍແລະຄວາມງາມ.
ຂອ້ຍກັບມາ. ແມວທີ່ມີຂົນເຕັມປົກຄຸມເລຍຝາມືຂອງຂອ້ຍ,ຄາງຢ່າງຫວານໆແລະໄຟລຸກວູບວາບຮຸ່ງແຈ້ງໃນຫໍຄອຍໂຮງເລື່ອຍໃກ້ກັບທະເລສາບ.
ມີພຽງແຕ່ສຽງໄຫ້ຂອງນົກກະສາທີ່ລົງໄປໃນຫລັງຄາ ບາງຄັ້ງຄາວເຮັດໃຫ້ມີສຽງນອງນັນ.
ຖ້າເຈົ້າເຂາະກະຕູຂອ້ຍ ຂອ້ຍອາດບໍ່ໄດ້ຍິນເລີຍ.

Comments

Popular posts from this blog

我的航线,我的旅游,我的家!