
ໃນຕອນບາ່ຍຂອງວັນທີ່3ເດືອນ 2 ປີ ຄສ 2009 ໄດ້ມີພິທີແຫ່ຮູບຫລໍ່ພະຍາສີໂຄດຕະບອງອອມ້ພາຍໃນຕົວເມຶອງທາ່ແຂກ3ຮອບແລ້ວແຫ່ໄປຊູ່ພະທາດສີໂຄດຕະບອງ ໂດຍມີປະຊາຊົນພາຍໃນແລະນອກເຂົ້າຮ່ວມຢາ່ງຫລວງຫລາຍ ເຊິ່ງປຊ ສ່ວນຫລາຍແມ່ນອາໄສລົດຈັກ,ລົດໃຫ່ຍເປັນຍານພະນະແຫ່ຕາມຫລັງຂະບວນພະຍາສີໂຄດໄປພອ້ມກັບສຽງຂັບລຳແລະສຽງດົນຕີພຶ້ນບາ້ນ,ປະຊາຊົນບໍ່ວ່າຜູ້ເຖົ້າ,ຍິງຊາຍເດັກນອ້ຍ,ຜູ້ບາ່ວສາວໄດ້ພາກັນຖືຂັນໝາກເບັງ,ດອກໄມ້,ທູບທຽນ ພອ້ມແຕ່ງຕົວເປັນລະບຽບຮຽບຮອ້ຍແລະເບິ່ງຜູ໊ໃດກໍ່ຍີ້ມແຍ້ມເບີກບານມວ່ນຊຶ່ນ.ເຖິງວ່າແດດຈະຮອ້ນ,ຄົນຈະໜາແໜ້ນກໍ່ບໍ່ໄດ້ເປັນອຸປະສັກໃດໆຕໍ່ຜູ໊ທີ່ເຊຶ້ອຖືແລະເຄົາລົບສັດທາພະຍາສີໂຄດໄດ້.
No comments:
Post a Comment