Thursday, November 13, 2014

ທະນາຄານສ້າງລາຍໄດ້ແນວໃດ?



ທະນາຄານສ້າງລາຍໄດ້ແນວໃດ?
ທະນາຄານຄືກັນກັບທຸລະກິດອື່ນໆ
ສິນຄ້າຂອງທະນາຄານແມ່ນເງີນ.
ທຸກລະກິດອື່ນໆຂາຍເຄື່ອງຈັກນອ້ຍໆ ຫລືການບໍລິການ
ທະນາຄານຂາຍເງີນ  ໃນຮູບແບບຂອງການປອ່ຍກູ້,
ການຢັ້ງຢືນຂອງການຝາກເງີນ ຫລືບັດເງີນຝາກ(CDs)
ແລະສິນຄ້າທາງດ້ານການເງີນອື່ນໆ
ທະນາຄານສ້າງລາຍຮັບໄດ້ໃນດອກເບ້ຍທີ່ພວກເຂົາຕັດເອົາໃນເງີນກູ້
ເພາະວ່າດອກເບ້ຍແມ່ນສູງກວ່າດອກເບ້ຍທີ່ພວກເຂົາຈ່າຍໃນບັນຊີຂອງຜູ້ຝາກເງີນ.
ອັດຕາດອກເບ້ຍໃນທະນາຄານຄິດເອົາເງີນຂອງຜູ້ກູ້ຢືມອີງຕາມ ຜູ້ຄົນທີ່ຕອ້ງການຢືມເງີນແລະຈຳນວນເງີນຂອງທະນາຄານທີ່ມີແລະພອ້ມທີ່ຈະໃຫ້ຢືມ
ດັ່ງທີ່ພວກເຮົາໄດ້ເວົ້າເຖິງໃນຕອນທີ່ຜ່ານມາ
ຈຳນວນເງີນທີ່ມີສຳລັບການໃຫ້ຢືມຍັງອີງຕາມຂໍ້ຮຽກຮອ້ງຂອງເງີນສຳຮອງທີ່ທາງຄະນະກຳມະການເງີນສຳຮອງແຫ່ງຊາດທີ່ໄດ້ກຳນົດ.
 ໃນເວລາດຽວກັນ ມັນອາດຈະຖືກຜົນກະທົບໂດຍອັດຕາເງີນທືນ(funds rate)
ເຊິ່ງອັດຕາດອກເບ້ຍທີ່ທະນາຄານໄລ່ເອົາເຊິ່ງກັນແລະກັນສຳລັບການກູ້ຢືມໄລ່ຍະສັ້ນເພື່ອໃຫ້ຄົບຖ້ວນໃນຂໍ້ຮຽກຮອ້ງເງີນສຳຮອງຂອງພວກເຂົາ.
ການປອ່ຍເງີນກູ້ໂດຍທຳມະຊາດແລ້ວແມ່ນມີຜົນສຽ່ງ.
ທະນາຄານຈະບໍ່ສາມາດຮູ້ໄດ້ວ່າເງີນທີ່ປອ່ຍຈະໄດ້ຄືນຫລືບໍ.
 ສະນັ້ນ,ການທີ່ມີຄວາມສຽ່ງກວ່າຄືການຄິດດອກເບ້ຍທີ່ສູງກວ່າທີ່ທະນາຄານຄິດໄລ່ເອົາ.
ໃນເວລາຈ່າຍດອກເບ້ຍອາດຄືຈະບໍ່ແມ່ນ ການເຄື່ອນໄຫວທາງການເງີນທີ່ດີໃນບາງປະເດັນ,
ມັນແມ່ນລາຄາທີ່ນອ້ຍແທ້ໆໃນການຈ່າຍເພື່ອນຳໃຊ້ເງີນຂອງຄົນອື່ນ..
ລອງຄິດເບິ່ງວ່າໄດ້ສະສົມເງີນຝາກທັງໝົດທີ່ທ່ານຕອ້ງການເພື່ອທີ່ຈະຊື້ເຮືອນຫລັງໜື່ງ.
ພວກເຮົາຈະບໍ່ສາມາດຊື້ເຮືອນຫລັງໜຶ່ງໄດ້ຈົນກວ່າເຮົາຮອດອາຍຸຫລືອອກບຳນານ!
ທະນາຄານຍັງຄິດເອົາເງີນສຳລັບການບໍລິການເຊັ່ນ ການກວດສອບ,ການເຂົ້າATM ຫລື ການຈ່າຍໃຫ້ລູກຄ້າຫລາຍກວ່າເງີນທີ່ມີໃນບັນຊີ (overdraft Protection)
ການກູ້ຢືມມີການກຳນົດຄ່າທຳນຽມເປັນຂອງມັນເອງເຊິ່ງຕິດໄປພອ້ມກັບມັນ.
ລາຍໄດ້ອື່ນໆຂອງທະນາຄານມາຈາກການລົງທືນແລະຕະຫລາດຫລັກຊັບ.
translated:
source: http://money.howstuffworks.com/personal-finance/banking/bank4.htm

No comments:

Follow me on Facebook

Contact me

    4000岛,老挝占巴色省。湄公河的最多岛

    4000岛,老挝占巴色省。湄公河的最多岛
    你要放松,要在那里看当地如何生活?来这里美丽岛,美丽的老挝,美丽的湄公河。

    Muang Kao 寺庙

    Muang Kao 寺庙
    Muang Kao 寺庙位于他曲市,甘蒙省,离城市 6公里。