Monday, September 1, 2014

ປະຫວັດສາດອີຕາລີໂດຍສັງເຂບ



ປະຫວັດສາດອີຕາລີໂດຍສັງເຂບ
ການພະຍາຍາມຮວບລວມປະຫວັດສາດຂອງອີຕາລີເຂົ້າຮ່ວມກັນໂດຍສັງເຂບນັ້ນເປັນເລື່ອງທີ່ທ້າທາຍ,ເພາະວ່າເນື່ອງຈາກທີ່ຕັ້ງພູມສັນຖານທີ່ຢູ່ໃນໃຈກາງຂອງເສັ້ນທາງການຄ້າໃນທະເລເມຕີເທຮານນຽນ,ອີຕາລີໄດ້ມີປະຫວັດສາດທີ່ຍືດຍາວແລະສັບສົນວຸ້ນວາຍ.




ເສັ້ນທາງການຄ້າທັງໃນທະເລເມຕີເຕີຣານນຽນແລະທາງບົກຍັງໄດ້ໃຊ້ເປັນເສັ້ນທາງການທະຫານແລະລັດທິຂະຫຍາຍອານາຈັກເປັນທາງສົ່ງຜ່ານໃນຫລາຍສັດຕະວັດ,ກໍ່ຄືເປັນຊອ່ງທາງສຳລັບການແພ່ກະຈາຍວັດທະນະທຳແລະຄວາມຮູ້ນຳອີກ. ດ້ວຍເຫດຜົນນັ້ນ,ອີຕາລີໄດ້ຕົກເປັນເປົ້າໝາຍໃນການຮຸກຮານກໍ່ຄືເປັນຈຸດສຸມໃນການປະດິດຄິດສ້າງແລະການຮ່ຳຮຽນ.

ເພື່ອຄວາມງ່າຍດາຍ ພວກເຮົາສາມາດຈັດແບ່ງປະຫວັດສາດອີຕາລີໂດຍຫຍໍ້ໄດ້ເຈັດຍຸກສະໄໝ ດັ່ງນີ້:




ຍຸກກອ່ນປະຫວັດສາດ

ຫລັກຖານຂອງອາຣະຍະທຳໄດ້ຄົ້ນພົບໃນແຫລມອີຕາລີເຊິ່ງມີອາຍູຍາວນານເຖິງຍຸກກອ່ນປະຫວັດສາດ. ຫີນເປັນພັນໆໄດ້ຄົ້ນພົບໃນເຂດພູອາລພີເນໃນເຂດໂລມບາຣດີເຊິ່ງມີອາຍຸປະມານ8000 ກອ່ນ ຄສ. ໄດ້ມີການຕັ້ງຖິ່ນຖານຢ່າງນັບບໍ່ຖວ້ນຕະຫລອດຍຸກທອງແດງ(ສັດຕະວັດທີ37 ຫາ15 ກອ່ນ ຄສ) ໃນຍຸກທອງ(ສັດຕະວັດທີ15ຫາ 8 ກອ່ນ ຄສ)ແລະຍຸກເຫລັກ (ສັດຕະວັດທີ8 -5 ກອ່ນ ຄສ).                                             ໃນພາກເໜືອຂອງອີຕາລີ,ວັດທະນະທຳອີທຣູສະແຄນໄດ້ຄອບງຳລະວ່າງ 800BC,ໃນຂະນະທີ່ເກັຼກຕັ້ງຖິ່ນຖານທີ່ພາກໃຕ້ອີຕາລີຈາກ700-600BC ເຊັ່ນໃນອາພູເລຍ,ຄາລາເບຣຍແລະຊີຊີລີ(ຫລັງຈາກນັ້ນເປັນທີ່ຮູ້ເຊັ່ນ ມາງາ ແກຣເຊີຍ).


ອານາຈັກໂຣມານ(ສັດຕະວັດທີ5 ກອ່ນ ຄສ ເຖິງ ສັດຕະວັດທີ5 ຫລັງ ຄສ)

ອີງຕາມຕຳນານ ກຸງໂຣມແມ່ນສ້າງຕັ້ງໂດຍໂຣມູລັສແລະເຣມັດສໃນໃຈກາງຂອງອີຕຣູສຄານ ອີຕາລີໃນ735ກອ່ນ ຄສ. ຜ່ານຂ້າມຫລາຍສັດຕະວັດຕໍ່ໄປ,ໂຣມໄດ້ຂະຫຍາຍອານາຈັກເຂດດີນແດນຂອງມັນເຂົ້າໄປໃນອານາຈັກທີ່ມີຊື່ອານາຈັກໂຣມານ. ໂຣມານໄດ້ຕັ້ງຊື່ແຫລມອີຕາລຽນ  "ອີຕາລີ" ລັດຂອງອີຕາລີທີ່ພາກເໜຶອຂອງອີມິເລຍ ໂຣມາຍາໄດ້ຄິດວ່າເປັນສ່ວນໜຶ່ງຂອງແຂວງໂຣມານຂອງຊີສາລພີເນ ກາວລ.

ອີຕາລີໄດ້ຈະເລີນຮຸ່ງເຮືອງພາຍໃຕ້ ອານາຈັກໂຣມານ ເຊິ່ງມັນໄດ້ສິ້ນສຸດໃນປີຄສ 476 ໂດຍການຕາຍຂອງເຈົ້າຊິວິດອູກູສຕັດສ (Augustus). ຫລັງຈາກນັ້ນແຫລມອີຕາລີໄດ້ຖືກແບ່ງສ່ວນເຂົ້າເປັນຫລາຍອານາຈັກແລະການທ້ອນໂຮມແມ່ນພຽງໄດ້ບັນລຸໃນປີຄສ1861.


ຍຸກກາງ(ສັດຕະວັດທີ6-12)

ປະຫວັດສາດອີຕາລີໂດຍສັງເຂບໃນຍຸກກາງນີ້ເລີ້ມຕົ້ນກັບລຳດັບການຮຸກຮານ. ໃນຄສ  493, ໂອສໂຕຣໂກທສ (Ostrogoths), ພວກເຢຍລະມັນຕາເວັນອອກໄດ້ຊະນະສົງຄາມໃນແຫລມອີຕາລີ. ຜົນຂອງສົງຄາມໂກທິກໄດ້ເຮັດໃຫ້ໂບມບາຣແລະກຸ່ມພວກເຢຍລະມັນຊົນເຜົ່າອື່ນສ້າງຕັ້ງອານາຈັກຂື້ນໃນພາກເໜືອອີຕາລີແລະສາມເຂດການປົກຄອງໃນພາກໃຕ້ໃນປີ ຄສ 568. ຕໍ່ມາ,ສັນຕະປາປາໄດ້ເລີ້ມສ້າງລັດທີ່ເປັນເອກະລາດ. ຄສ  756, ເມື່ອ Franks (ຄົນຝຣັ່ງ) ຕີ ໂລມບາດຣຈົນປະລາໄຊ, ພວກເຂົາໄດ້ຮັບອຳນາດຈາກສັນຕະປາປາໃນທົ່ວພາກກາງອີຕາລີແລະໄດ້ສ້າງຕັ້ງລັດປາປາລຂື້ນ. ລັດທີ່ຢູ່ພາກເໜືອຂອງໂລມບາຣດີ,ພີອີມອນ,ອີມິເລຍ -ໂຣມາຍາແລະທັສຄານີໄດ້ຖືກປົກຄອງໂດຍເຢຍລະມັນ ໂຮລີ ອານາຈັກ ໂຣມານນັບແຕ່ປີ ຄສ 962.

ຊ່ວງສຸດທ້າຍຂອງສັດຕະວັດ 11,ການຮຸກຮານທີ່ຮ້າຍສຸດໄດ້ຈົບສິ້ນແລະການຄ້າໄດ້ເລີ້ມຈະເລີນຮຸ່ງເຮືອງອີກຄັ້ງໜຶ່ງ. ສີ່ຕົວເມືອງຂອງອີຕາລີGenoa, Pisa, Amalfi ແລະ Venice – ໄດ້ກາຍເປັນເມືອງເອກແລະສຳຄັນທາງດ້ານການຄ້າແລະການເມືອງ. ໃນສຕວທີ12 ເມືອງຂອງອີຕາລີທີ່ປົກຄອງໂດຍໂຮລີ ອານາຈັກ ໂຣມານໄດ້ເລີ້ມການດຳເນີນເຄື່ອນໄຫວເພື່ອປົກຄອງຕົນເອງ. ຜົນກໍຄືພາກເໜືອອີຕາລີໄດ້ກາຍເປັນກຸ່ມຂອງອານາຈັກເອກະລາດ,ສາທາລະນະລັດແລະ ເມືອງ-ລັດ.


ການຟື້ນຟູໃໝ່ (ສຕວ 14-16)

ໃນຈຸດນີ້ຂອງປະຫວັດສາດອີຕາລີໂດຍສັງເຂບນີ້,ຄວາມແຕກຕ່າງກັນລະວ່າງເຂດປົກຄອງແມ່ນໜັກໜ່ວງ. ໃນເຂດຈະເລີນຮຸ່ງເຮືອງໃນພາກເໜືອ,ກາງແລະກົງກັນຂ້າມພາກໃຕ້ອີຕາລີແມ່ນໄດ້ຮັບຄວາມກົດດັນທາງດ້ານເສດຖະກິດ. ອຳນາດຂອງສັນຕະປາປາໄດ້ຕັ້ງຖິ່ນຖານຊົວຄາວໃນAvignon ປະເທດຝຣັ່ງແລະກັບຄືນສູ່ກຸງໂຣມໃນ ຄສ 1478. ນາໂປສ,ຊີສີລີແລະຊາຣດີເນຍໄດ້ຖືກປົກຄອງໂດຍອຳນາດຕ່າງປະເທດ.

ການຟື້ນຟູຂອງຊາວອີຕາລີແມ່ນການເຄື່ອນໄຫວທາງວັດທະນະທຳເຊິ່ງເລີ້ມໃນທັດສຕານີໃນສຕວທີ14,ແລະແພ່ຂະຫຍາຍຈາກຟໂລເຣນສຮອດຊີອີນາ. ຫລາຍປັດໃຈທີ່ໄດ້ຊ່ວຍໃຫ້ການປະກົດຕົວອອກມາ,ລວມທັງການໄຫລທະລຸເຂົ້າຂອງພວກນັກປັນຍາຊົນເກັຼກແລະຕາມມາດ້ວຍການຮຸກຮານຄັ້ງສອງຂອງຄອນສະຕານຕີໂນບເລີໂດຍໂອໂຕມານ ເທີຣກສໃນ ຄສ 1453. ການອຸປະຖຳທາງດ້ານສິນລະປະທີ່ສາມາດຊື້ໄດ້ໂດຍຄອບຄົວເມດິຊີແມ່ນເປັນອີກປັດໃຈໜຶ່ງທີ່ໃຫ້ການຊ່ວຍເຫລືອ. ຍຸກສະໄໝໄດ້ເຮັດໃຫ້ການເພື້ມຂື້ນຢ່າງຫລວງຫລາຍຂອງງານສິນລະປະທີ່ຍິ່ງໃຫ່ຍ ເຊັ່ນ Leonardo Da Vinci, Michelangelo Buonarotti, Sandro Botticelli, Dante Alighieri ແລະ Francesco Petrarchແລະນັກສິນລະປະອື່ນໆ. ການປະດິດສ້າງ ການຕີພິມທາງສື່ໂດຍທ່ານ Johannes Gutenberg ໃນ ຄສ   1440ກໍໄດ້ເຮັດໃຫ້ຂໍ້ມູນຂ່າວສານກະຈາຍຢ່າງອິດສະຫລະ .

ຈົນເຖິງທາງພາກໃຕ້ຫາກຸງໂຣມ,ການຟື້ນຟູຄືນໃໝ່ໄດ້ເປັນບັນດານໃຈໃຫ້ສັນຕະປາປາສ້າງເມືອງອີກໃໝ່ແລະເມືອງໂຣມໄດ້ຈະເລີນຮຸ່ງເຮືອງອີກຄັ້ງ. ການເຄື່ອນໄຫວຍັງໄດ້ເຄື່ອນໄຫວຍັງໄດ້ກະຈາຍເຖິງເມືອງມິລານ,ວີນິດສແລະທາງພາກເໜືອຂອງຢູໂຫລບ,ຜົນກະທົບຕໍ່ສິນລະປະ,ວັດນະຄະດີ,ປັດຊະຍາ,ການເມືອງ,ວິທະຍາສາດ,ສາດສະໜາແລະເວທີທາງປັນຍາອື່ນໆ. ພາຍໃນອີຕາລີ,ການປົກຄອງຂອງວັດທະນະທຳທັດສຄານໄດ້ເຮັດໃຫ້ພາສາທອ້ງຖິ່ນທັດສຄານໄດ້ກາຍເປັນພາສາທາງການຂອງອີຕາລີ.


ປົກຄອງໂດຍຕ່າງຊາດ(ຄສ 1559 ຫາ 1814)

ອີກຄັ້ງໜຶ່ງ,ໃນປະຫວັດສາດອີຕາລີໂດຍສັງເຂບນີ້,ຍຸກສະໄໝທອງຄຳແມ່ນໄດ້ຕິດຕາມມາດ້ວຍຄວາມມຶດມົວ. ຄສ 1494, ຝຣັ່ງຮຸກຮານພາກເໜືອອີຕາລີແລະຫລາຍເມືອງ ລັດຖືກໂຄ້ນລົ້ມ. ຄສ  1527 ສະເປນແລະເຢຍລະມັນໄດ້ບຸກໂຈມຕີກຸງໂຣມ. ໃນຊ່ວງສຸດທ້າຍຂອງສົງຄາມອີຕາລີໃນ ຄສ  1559, ສາມລັດອີຕາລີໄດ້ຮັບເອກະລາດ  – Piedmont Savoy, Corsica-Genoa ແລະ Venice. ຕໍ່ມາທັງສອງລັດຄື Savoy ແລະ Corsica ໄດ້ຖືກຂາຍໃຫ້ຝຣັ່ງ– Corsica ໃນ ຄສ 1764 ແລະ Savoy ໃນ ຄສ 1860.

ຊ່ວງປີ ຄສ  1559 ສະເປນໄດ້ຄວບຄຸມເມືອງມິລານ,ເນໂປສ;ຊີສີລີ ;ຊາຣດິເນຍແລະພາກໃຕ້ທັດສຄານີ ແລະໄດ້ປົກຄອງຜູ້ປົກຄອງເມືອງທັດສຄານີ,ເຈໂນອາແລະລັດນອ້ຍໆອື່ນໆໃນພາກເໝືອຂອງອີຕາລີ. ສະເປນຄວບຄຸມອີຕາລີຈົນຮອດ ຄສ 1713.

ໃນຍຸກສະໄໝການປົກຄອງໂດຍ Habsburg ສະເປນ(1559 ຫາ 1713)ແລະHabsburg Austria (1713 ຫາ 1796), ອີຕາລີໄດ້ມີສັນຕິພາບເປັນເວລາຍາວນານ. ໃນຍຸກ Napoleonic (1796 ຫາ 1814), ອີຕາລີໄດ້ທອ້ນໂຮມສ່ວນໜື່ງໂດຍ Napoleon ດັ່ງເຊັ່ນ ສາທາລະນະລັດ ອີຕາລີແລະຕໍ່ມາລາຊະອານາຈັກອີຕາລີ ແລະໄດ້ກາຍເປັນລັດລູກຄ້າຂອງສາທາລະນະລັດຝຣັ່ງ.

ຫລັງຈາກການປາລາໄຊຂອງNapoleonicຝຣັ່ງ ໃນ ຄສ 1814, ລັດສະພາຂອງວຽນນາໄດ້ແບ່ງອີຕາລີອອກເປັນແປດພາກ;ສ່ວນຫລາຍແມ່ນພາຍໃຕ້ການປົກຄອງຂອງຕ່າງຊາດ: Parma, Modena ແລະTuscany ຖືກປົກຄອງໂດຍ  Hapsburgs; Lombardy ແລະ Venetia ປົກຄອງໂດຍ  Austria; Piedmont-Sardinia-Genoa ແລະລັດຂອງສັນຕະປາປາແມ່ນລັດເອກະລາດ; ແລະ Naples ແລະ Sicily ຖືກປົກຄອງໂດຍຝຣັ່ງ. ສະພາບທີ່ເລວຮ້າຍສຸດໆນີ້ໄດ້ຖືກກະຕຸ້ນທາງຫລັງຂອງການເຄື່ອນໄຫວການທອ້ນໂຮມເປັນໜື່ງຂອງຊາວອີຕາລີ


ການທອ້ນໂຮມ(1814 ຫາ 1861)
ປວ ສາດສັງເຂບຂອງອີຕາລີໄດ້ເຖິງຈຸດສູງສຸດໃນການທອ້ນໂຮມ.  Risorgimento ແມ່ນການດຳເນີນທີ່ສັບສົນເຊິ່ງໃນທີ່ສຸດໄດ້ທອ້ນໂຮມບັນດາລັດຂອງແຫລມອີຕາລີເຂົ້າເປັນຊາດສະໄໝໃໝ່ຂອງອີຕາລີ. ການເຄື່ອນໄຫວໄດ້ເລີ້ມໃນ 1815ແລະຄວາມບໍ່ພໍໃຈໃນການປົກຄອງໂດຍໂອຕຣິດ

ບຸກຄົນສຳຄັນແລະມີຊື່ສຽງສອງທ່ານໃນການເຄື່ອນໄຫວທອ້ນໂຮມອີຕາລີແມ່ນ:Giuseppe Mazzini ແລະGiuseppe Garibaldi. ຄົນພຶ້ນເມືອງຂອງ ເຈັນໂນອາ,ມາຊີນີໄດ້ຈຳຄຸກໃນປີ 1830 ຍອ້ນບົດບາດຂອງລາວໃນກຸ່ມCarbonari ສັງຄົມລັບ. ລາວໄດ້ລີ້ໄພທີ່ຝຣັ່ງແລະອັງກິດ ລາວໄດ້ນຳອອກມາສະແດງກຽວກັບການລຸກຮືຂື້ນທີ່ບໍ່ປະສົບຜົນສຳເລັດໃນອີຕາລີ,ແຕ່ໃນທີ່ສຸດມັນສຳເລັດກັບGaribaldiໃນການບັນລຸພວກຝັນທີ່ທອ້ນໂຮມອີຕາລີ. ພິທິຊາປະນາກິດສົບຂອງລາວໃນປີ1872 ໄດ້ດຶງດູດຜູ່ຄົນປະມານໜຶ່ງແສນຄົນ.

Giuseppe Garibaldi ເກີດທີ່ Nice (Nizza), ແລະ, ຄ້າຍຄືກັບ Mazzini, ເຄີຍເປັນສຳມະຊິກຂອງກຸ່ມ Carbonari ສັງຄົມລັບ. ລາວໄດ້ໜີອອກອີຕາລີ ຄສ 1834 ຫລັງຈາກການການປາລາໄຊໃນການກະບົດ,ແຕ່ກັບຄືນມາໃນປີ 1854 ເພື່ອດຳເນີນຕໍ່ພາລະກິດການເຄື່ອນໄຫວຂອງລາວ. ອີຕາລີໄດ້ທອ້ນໂຮມຢ່າງເປັນທາງການໃນປີ 1861  ,ກຸງໂຣມແລະລາຕິອາມໄດ້ເຂົ້າຮ່ວມກັນໃນ1870ແລະສ່ວນເຂດປົກຄອງtrieste ແມ່ນທອ້ນໂຮມຫລັງຈາກສົງຄາມໂລກ 1 .


ອີຕາລີໃນປັດຈຸບັນ

ນັບແຕ່ການທອ້ນໂຮມເອກະລາດ,ອີຕາລີໄດ້ຜ່ານປະສົບການແລະໄລ່ຍະເວລາທີ່ເລວຮ້າຍເຊິ່ງສາມາດເຫັນໄດ້ຈຳນວນຄົນຫລວງຫລາຍໜີໄພອອກຈາກປະເທດຜົນຮັບທີ່ຫາຍະນະຂອງສົງຄາມໂລກທັງສອງຄັ້ງ. ໃນຫົກສິບປີຜ່ານມາ,ປະເທດຊາດໄດ້ຮຽກຮອ້ງຖານະຂອງຕົນອີກຄັ້ງໃນການເປັນຜູ້ຫລີ້ນສຳຄັນໃນດ້ານສັງຄົມແລະວັດທະນະທຳຂອງວຽກງານໃນໂລກ. ສິນຄ້າແລະການບໍລິການຂອງອີຕາລີແມ່ນດີເລີດແລະຍອມຮັບທົ່ວໂລກແລະອີຕາລີຍັງແມ່ນໜຶ່ງໃນບອ່ນທອ່ງທຽວທີ່ມີຊື່ສຽງຂອງຢູໂຫລບ. ອີຕາລີແມ່ນໜຶ່ງໃນສຳມະຊິກທີ່ກໍ່ຕັ້ງປະຊາຄົມເສດຖະກິດຢູໂຫລບແລະເຖິງແມ້ວ່າການເມືອງຂອງອີຕາລີແມ່ນຊັ່ນຄອນກໍຕາມ.ການຂະຫຍາຍຕົວເສດຖະກິດແມ່ນເປັນທາງບວກແລະການດຳລົງຊິວິດທີ່ຢູ່ໃນມາດຕະຖານສູງ.

ຄວາມອຸດົມສົມບູນຂອງປະຫວັດສາດແລະການດຳລົງຊິວິດທີ່ເຕັມໄປດ້ວຍອາລົມໃນປັດຈຸບັນໄດ້ລວມເຂົ້າກັນໃນການເຮັດໃຫ້ອີຕາລີກາຍເປັນປະເທດທີ່ ນັກທອ່ງທຽວຕອ້ງເລືອກເອົາເປັນຈຸດໝາຍ.




get PDF file
https://drive.google.com/file/d/0Bx32L3RunoQzc1NnWTRLcF9DWlk/edit?usp=sharing

translated from http://www.italianlegacy.com/

No comments:

Follow me on Facebook

Contact me

    4000岛,老挝占巴色省。湄公河的最多岛

    4000岛,老挝占巴色省。湄公河的最多岛
    你要放松,要在那里看当地如何生活?来这里美丽岛,美丽的老挝,美丽的湄公河。

    Muang Kao 寺庙

    Muang Kao 寺庙
    Muang Kao 寺庙位于他曲市,甘蒙省,离城市 6公里。