Friday, November 2, 2012

ເຂື່ອນໄຊຍະຈະນຳແຕ່ຜົນດີໃຫ້ລາວບໍ??

ເຂື່ອນໄຊະຍະບູລີຈະນຳກຳໄລມະຫາສານມາສູ່ລາວບໍ?

ສຳລັບເຂື່ອນໄຊຍະບູລີ ຂ້າພະເຈົ້າກໍບໍມີຄວາມເຫັນຫລາຍ ເພາະວ່າບໍແມ່ນວີຊາການ
ແຕ່ເວົ້າເລືອ້ງສ້າງເຂື່ອນ ,ສ້າງຢູ່ນ້ຳຂອງຫລືຢູ່ວ່າຢູ່ສາຂາຂອງແມ່ນ້ຳລ້ວນແລ້ວແຕ່ມີຜົນກະທົບຕໍ່ສະພາບແວດລອ້ມ,ຜົນສະທ້ອນຕໍ່ປະຊາຊົນບໍຫລາຍກໍ່ໜອ້ຍ.
ລາວໄດ້ອານຸມັດໃຫ້ຕ່າງປະເທດສ້າງເຂື່ອນຫລາຍແຫ່ງແລ້ວ,ນັບແຕ່ເໜືອຮອດໃຕ້ ,ນະໂຍບາຍຂອງລາວເພືອ່ລຸດພົ້ນອອກຈາກປະເທດດອ້ຍພັດທະນາແລະນຳໃຊ້ສັບພະຍາກອນທຳມະຊາດເຂົ້າໃນການພັດທະນາປະເທດຊາດກໍເປັນເປົ້າໝາຍນື່ງຂອງລັດ ເພາະລາວບໍແມ່ນປະເທດອຸດສາຫະກຳແລະກໍບໍແມ່ນປະເທດກະສິກຳສົ່ງອອກ.ລາວອຸດມົສົມບູນໄປດວ້ຍສັບພະຍາກອນທຳມະຊາດ,ພູຜາປ່າດົງ,ແມ່ນນ້ຳລຳເຊ,ເໜາະສົມໃນການໝູນໃຊ້ເຂົ້າໃນການສ້າງເຂື່ອນ, ອານຸມັດໃຫ້ຕ່າງຊາດຜະລິດຊີເມັນຈາກຫີນປູນ,ເຖິງວ່າລາວຈະມີກົດໝາຍຫ້າມຕັດໄມ້ແຕ່ ສີນຄ້າປະເພດໄມ້ທອ່ນ,ໄມ້ສຳເລັດຮູບຍັງສົ່ງອອກເປັນປະຈຳໃນຊາຍແດນ. ການອານຸມັດໃຫ້ຕ່າງຊາດເຂົ້າມາສຳຫລວດແລະຂຸດຄົ້ນແຮ່ທາດກໍແມ່ນເປົ້າໝາຍຂອງການສ້າງລາຍຮັບໃຫ້ລາວ.
 ກັບມາເວົ້າເລືອ້ງເຂື່ອນ, ປະເທດເຮົາເຕັມແຕ່ເຂື່ອນແຕ່ເໜືອຮອດໃຕ້,ເມື່ອຝົນຕົກໝັກຖ້າຈະຫລີກຫລຽງ້ຈາກໄຟນ້ຳຖວ້ມກໍຄົງບໍແມ່ນເລື່ອງງ່າຍ, ເຂື່ອນນ້ຳຂອງແຮງເປັນຕາຢ້ານ ເພາະມັນສົ່ງຜົນກະທົບໃຫ້ປະຊາຊົນຫລາຍຊາດໃນພູມີພາກ ຫາກບໍມີການສືກສາແລະວິໃຈລະອຽດກຽ່ວກັບຜົນກະທົບ. ປະຊາຊົນຫລາຍຊາດເຊັ່ນ ລາວ,ໄທ,ກຳປູເຈ້ຍອາໃສການຈັບປາເປັນອາຊີບ ຖ້າມີເຂື່ອນແລ້ວ ປາຍັງຄົງມີຢູ່ບໍ? ຊະນິດປາໃນນ້ຳຂອງຈະສູນພັນບໍ? ນີ້ກໍແມ່ນຄຳຖາມແບບທຳມະດາຂອງຊາວຫາປາເຊີ່ງຖາມຕົວເອງຕະຫລລອດເວລາ.
ປະຊາຊົນທີ່ອາໃສຢູ່ໄກ້ກັບເຂືອ່ນ ຈະຊຽງ່ຕໍ່ໄຟນ້ຳຖ້ວມບໍ? ຖ້າຫາກມີການປອ່ຍນ້ຳອອກຈາກອ່າງ? ໄຮ່ນາຮົ້ວສວນຂອງປະຊາຊົນເດ?
ເຂດສ້າງເຂື່ອນກໍໄກ້ໆກັບແຜ່ນໂລກຕໍ່ເຊິ່ງອາດຈະຊຽ່ງຕໍ່ແຜ່ນດີນໃຫວ ,ຖ້່າມີແຜ່ນດີນໃຫວ ຈະເຮັດແນວໃດຈື່ງຈະຮັບປະກັນວ່າເຂື່ອນບໍ່ແຕກ?
ສຸດທ້າຍເວົ້າເຖິງເລື້ອງການຊົດເຊີຍຕໍປະຊາຊົນທີມີຜົນກະທົບ, ປະຊາຊົນແນ່ນອນຕອ້ງຍົກຍ້າຍຖ້າອາໃສຢູ່ໃນຂອບເຂດ,ຫລືຖືກດີນດອນນຕອນຫ້ຍາຂອງເຂົາເຈົ້າ,ນີ້ທາງຜູ້ກກຽ່ວຂອ້ງຕອ້ງມີການສົດເຊີຍຢ່າງເໝາະສົມ ແລະເຫັນດີຈາກເຈົ້າຂອງ. ເພາະຕາມທີ່ເຫັນຫລາຍໂຄງການສົດເຊີຍດ້ວຍລາຄາຕໍ່າໆ ແຕ່ໂຄງການພັດເປັນລ້ານໆ.

No comments:

Follow me on Facebook

Contact me

    4000岛,老挝占巴色省。湄公河的最多岛

    4000岛,老挝占巴色省。湄公河的最多岛
    你要放松,要在那里看当地如何生活?来这里美丽岛,美丽的老挝,美丽的湄公河。

    Muang Kao 寺庙

    Muang Kao 寺庙
    Muang Kao 寺庙位于他曲市,甘蒙省,离城市 6公里。